ຜູ້ປະກອບການແມ່ຍິງ ຈາກ ສປປ ລາວ 13 ທ່ານ ທີ່ໄດ້ຮັບລາງວັນຜູ້ກອບການແມ່ຍິງດີເດັ່ນອາຊຽນປະຈຳປີ_2026 (ASEAN Women Entrepreneurs Network Award 2026)

ຜູ້ປະກອບການແມ່ຍິງ ຈາກ ສປປ ລາວ ທີ່ໄດ້ຮັບລາງວັນຜູ້ກອບການແມ່ຍິງດີເດັ່ນອາຊຽນປະຈຳປີ_2026 (ASEAN Women Entrepreneurs Network Award 2026)
ພິທີມອບລາງວັນດັ່ງກ່າວໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນທີ 02 ຕຸລາ 2026 ທີ່ ໂຮງແຮມ ອາມາຣີ, ນະຄອນຫຼວງວຽງຈັນ, ສປປ ລາວ ເຊິ່ງເປັນເຈົ້າພາບໂດຍສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໃນນາມເປັນປະທານເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ 2026-2027 (ASEAN Women Entrepreneurs Network) ຫຼື ເອີ້ນວ່າ AWEN.
ງານດັ່ງກ່າວນີ້ພາຍໃຕ້ການເປັນປະທານຂອງ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສທຍ, ປະທານ AWEN 2026-2027 ແລະ ໃຫ້ກຽດເຂົ້າຮ່ວມພິທີ ແລະ ມອບຮັບລາງວັນດັ່ງກ່າວນີ້ ໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ, ມີ ທ່ານ ນ. ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສູນກາງສະຫາະພັນແມ່ຍິງລາວ ແລະ ບັນດາທ່ານເອກອັກຄະລັດຖະທູດ, ທຸຕານຸທູດ ປະເທດສະມາຊິກອາຊຽນ ປະຈໍາ ສປປ ລາວ, ບັນດາປະທານເຄືອຂ່າຍຜູ້ປະກອບການແມ່ຍິງປະເທດອາຊຽນຈາກບັນດາປະເທດສະມາຊິກອາຊຽນ 11 ປະເທດ ພ້ອມດ້ວຍຄະນະ ແລະ ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ, ຕາງຫນ້າຈາກບັນດາບໍລິສັດທີ່ໃຫ້ການສະໜູນງານໃນຄັ້ງນີ້ ແລະ ພ້ອມດ້ວຍສະມາຊິກ ສທຍ ທົ່ວປະເທດ 320 ທ່ານ ເຂົ້າຮ່ວມ.
ໃນພິທີດັ່ງກ່າວມີຜູ້ໄດ້ຮັບລາງວັນໃນຄັ້ງນີ້ຈາກບັນດາປະເທດສະມາຊິກອາຊຽນທັງໝົດ 82 ທ່ານ ດັ່ງນີ້: ມີ ຣາຊະອານາຈັກ ກຳປູເຈຍ 12 ທ່ານ, ອິນໂດເນເຊຍ 3 ທ່ານ, ມາເລເຊຍ 3 ທ່ານ, ມຽມມ້າ 13 ທ່ານ, ຟີລິບປິນ 10 ທ່ານ, ສິງກາໂປ 6 ທ່ານ, ຣາຊະອານາຈັກ ໄທ 12 ຕີມໍເລສເຕ 1 ທ່ານ, ສສ ຫວຽດນາມ 9 ທ່ານ ແລະ ມີຜູ້ໄດ້ຮັບລາງວັນດັ່ງກ່າວ ສປປ ລາວ ໃນທົ່ວປະເທດ ຈຳນວນ 13 ທ່ານ ດັ່ງລາຍຊື່ລຸ່ມນີ້:
1. ທ່ານ ນ. ພິລາວັນ ອັນລາວັນ ຜູ້ອຳນວຍການ ບໍລິສັດ ພີໄອເອັສ ຈຳກັດຜູ້ດຽວ ຈາກ ແຂວງ ຫຼວງນ້ຳທາ
2. ທ່ານ ນ. ເກດສຸດາ ກາຫວັນ ຮອງປະທານ ຕະຫຼາດ ກະສິກຳ-ອຸດສາຫະກຳ ເມືອງລອງ ຈາກແຂວງ ຫຼວງນ້ຳທາ
3. ທ່ານ ນ. ສຸກສະຫວັນ ບຸນມາກຜູ້ອຳນວຍການ ບໍລິສັດ ອານຸວົງ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຈາກນະຄອນຫຼວງວຽງຈັນ
4. ທ່ານ ນ. ດາລາພອນ ກຽດສີທະນາກອນ ຜູ້ອຳນວຍການ/ເຈົ້າຂອງ ວິສາຫະກິດສ່ວນບຸກຄົນ ດາຫລາ ສະປາ ຈາກນະຄອນຫຼວງວຽງຈັນ
5. ທ່ານ ນ. ປະລິນຍາກອນ ປັນຍາທິບ ຜູ້ອຳນວຍການ ໂຮງຮຽນ ນານາຊາດ ປັນຍາທິບ ຈາກນະຄອນຫຼວງວຽງຈັນ,
6. ທ່ານ ນ ວິໄວວັນ ພູນສະລິດ ຜູ້ອຳນວຍການ ໂຮງງານນໍ້າປາແດກຕົ້ມສຸກສໍາເລັດຮູບກາສາມດາວ
7. ທ່ານ ນ. ພອນທິບ ເພຍໄຊ ເຈົ້າຂອງໂຮງງານ ແຈ່ວແຊບແມ່ພອນທິບ ສ່ວນບຸກຄົນ ຈາກແຂວງຄຳມ່ວນ
8. ທ່ານ ນ. ເພັດດາລາ ວິລະຈິດ ຮອງປະທານ ບໍລິສັດ ວີເອສວີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ
9. ທ່ານ ນ. ສຸຈິນດາ ພົມມີໄຊ ປະທານ ບໍລິສັດ ສະຫວັນມີໄຊ ກຣຸບ ຈຳກັດຜູ້ດຽວ
10. ທ່ານ ນ. ສອນທິດາ ອຸນາພົມ ຜູູ້ອໍານວຍການ ບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວຕາດເຍືອງຫຼັກ 40 ເມືອງປາກຊ່ອງ ຈໍາກັດຜູ້ດຽວ ຈາກ​ແຂວງ​ຈຳ​ປາ​ສັກ
11. ທ່ານ ນ. ປັນຈະລາ ທອງມະນີລາ ຜູູ້ອໍານວຍການ ວິສາຫະກິດສ່ວນບຸກຄົນ ໂຮງຮຽນ ອະນຸບານ-ປະຖົມ ແສງອາລຸນ ຈາກ​ແຂວງ​ຈຳ​ປາ​ສັກ
12. ທ່ານ ນ. ຄຳແພງ ແສນປັນຍາ ຜູ້ອໍານວຍການ ໂຮງງານ ເຊີນໝູ້ປຸງແຕ່ງໄມ້ສຳເລັດຮູບສ່ວນບຸກຄົນ ຈາກ​ແຂວງ​ຈຳ​ປາ​ສັກ
13. ທ່ານ ນ. ວ່າງພະໄທ ໃຊຍະປັນຍາ ຜູ້ອໍານວຍການ ຮ້ານສົມຫວັງ-ສົມພະໄທ ຊື້-ຂາຍເງິນຄໍາ ແລະ ວັດຖຸມີຄ່າສ່ວນບຸກຄົນ ຈາກ​ແຂວງ​ຈຳ​ປາ​ສັກ
ລາງວັນເຊິ່ງເປັນລາງວັນສາກົນອັນຊົງກຽດທີ່ຄຳຄັນໃຫ້ແກ່ຜູ້ປະກອບການແມ່ຍິງບັນດາປະເທດສະມາຊິກອາຊຽນ ເພື່ອເປັນການຍ້ອງຍໍຊົມເຊີຍບັນດາຜູ້ປະກອບການແມ່ຍິງໃນອາຊຽນທີ່ດີເດັ່ນ ແລະ ມີຜົນສໍາເລັດ ເຊິ່ງເປັນການປະກອບສ່ວນຊ່ວຍສ້າງສາຄວາມເຂັ້ມແຂງທາງດ້ານເສດຖະກິດຢູ່ພາຍໃນປະເທດ, ອາຊຽນ, ພາກພື້ນ ແລະ ສາກົນ.