ກອງປະຊຸມສະຫຼຸບການເຄືອນໄຫວວຽກປະຈຳປີ 2025 ຂອງ ສະມາຄົມນັກທຸລະກິດແມ່ຍິງໃນວັນທີ 13 ມີນາ 2026 ທີ່ ສຄອຊ




ໃນວັນທີ 13 ມີນາ 2026 ທີ່ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2025 ສທຍ ຂຶ້ນທີ່ ສະພາການຄ້າ ແລະ ອຸດສະຫະກໍາ ແຫ່ງຊາດລາວ ແບບເຊິ່ງໜ້າ ແລະ ແບບອອນລາຍ
ພາຍໃຕ້ການເປັນປະທານກອງປະຊຸມຂອງ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສທຍ, ປະທານ ເຄືອຂ່າຍຜູ້ປະກອຍການແມ່ຍິງອາຊຽນ 2026-2027, ມີຄະນະ ປະທານ ທ່ານ ນ. ສິຣິຄູນ ພູມລາວັນ ຮອງປະທານ ສທຍ, ປະທານ ສະຫະພັນແມ່ຍິງ ຂອງ ສທຍ, ທ່ານ ນ. ດາລີວັນ ສິດພະໄຊ ຮອງປະທານ ສທຍ, ໃຫ້ກຽດເຂົ້າຮ່ວມ ຍັງມີ ທ່ານ ນ. ຈັນເທົາ ປະຖັມມະວົງ ປະທານ ກິດຕິມະສັກ ສທຍ, ທ່ານ ນ. ມະໂນລາ ດາລາວົງ ປະທານ ທີ່ປຶກສາ ສທຍ, ປະທານ, ຮອງປະທານ, ຄະນະບໍລິຫານ ສທຍ ຂັ້ນແຂວງ ພ້ອມດ້ວຍສະມາຊິກທົ່ວປະເທດເຂົ້າຮ່ວມທັງໝົດ 90 ກວ່າທ່ານ.
ໃນກອງປະຊຸມ ທ່ານ ນ. ຈັນທະຈອນ ວົງໄຊ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2025 ແລະ ຜ່ານແຜນການເຄື່ອນໄຫວວຽກງານປະຈຳປີ 2026 ຂອງ ສທຍ, ແຈ້ງລາຍຊື່ຂອງສະມາຊິກ ສທຍ ໃນຂອບເຂດທົ່ວປະເທດໃນປີ 2026 ມີຄື:
1). ສູນກາງ
2). ແຂວງ ຫຼວງນ້ຳທາ
3). ແຂວງ ຫົວພັນ
4). ນະຄອນຫຼວງວຽງຈັນ
5). ແຂວງ ບໍລິຄຳໄຊ
6). ແຂວງ ຄຳມ່ວນ
7). ແຂວງ ສະຫວັນນະເຂດ
ລວມສະມາຊິກທັງໝົດມີ 352 ທ່ານ ແລະ ຈະຂະຫຍາຍສະມາຊິກໄປຍັງແຂວງຕ່າງໆເງື່ອນທີ່ມີໄຂໃນທົ່ວປະເທດ. ນອກຈາກນີ້ທ່ານກໍ່ຍັງໄດ້ແຈ້ງໃຫ້ສະມາຊິກໄດ້ຮັບຮູ້ກ່ຽວກັບຄວາມເປັນມາ, ພາລະບົດບາດ ແລະ ຜົນງານເຄື່ອນໄຫວກ່ຽວກັບວຽກງານຂອງ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN) ແລະ ແຜນກິດຈະກໍາຂອງ AWEN ປີ 2026-2027. ຈາກນັ້ນ ທ່ານ ນ. ສິຣິຄູນ ພູມລາງວັນ ຜ່ານບົດສະຫຼຸບການຈັດງານເທດສະການອາຫານລາວ 2025 ແລະ ທ່ານ ນ. ດາລີວັນ ສິດພະໄຊ ຜ່ານພາລະບົດບາດ, ໜ້າທີ່ຂອງ ສທຍ, ຂອງສະມາຊິກ, ເງື່ອນໄຂການເຂົ້າເປັນສະມາຊິກ ແລະ ຜົນປະໂຫຍດທີ່ສະມາຊິກຈະໄດ້ຮັບ.
ໃນກອງປະຊຸມດັ່ງກ່າວນີ້ ທ່ານ ນ. ມະໂນລາ ດາລາວົງ ປະທານ ທີ່ປຶກສາ ສທຍ ໄດ້ແຈ້ງໃຫ້ຂາບວ່າ ສທຍ ພວກເຮົາໄດ້ເປັນເຈົ້າການໃນການຈັດຕັ້ງປະຕິບັດ ແລະ ໄດ້ສະເໝີເອົາ “ລາບ” ເພື່ອຈົດທະບຽນທະບຽນເປັນມໍລະດົກໂລກຂອງ ສປປ ລາວ ເລີ່ມແຕ່ປີຕົ້ນປີ 2025 ທີ່ຜ່ານມາ ເຊິ່ງທາງ ສທຍ ພວກເຮົາໄດ້ຍືນໜັງສືສະເໜີເຖິງອົງການ ຢູເນສໂກ (UNESCO) ໂດຍຜ່ານກະຊວງວັດທະນະທຳ ແລະ ທ່ອງທ່ຽວ, ມາຮອດປັດຈຸບັນເອກະສານຕ່າງໆແມ່ນໄດ້ຜ່ານກວດກາຈາກອົງການ UNESCO ເຫັນວ່າມີເນື້ອໃນສົມບູນ ແລະ ຄົບຖ້ວມ, ໃນປັດຈຸບັນແມ່ນລໍຖ້າໃນການພິຈາລະນາຮັບຮອງເອົາ “ລາບ” ເປັນມໍລະດົກໂລກຂອງ ສປປ ລາວ ຢ່າງເປັນທາງການ. ຈາກນັ້ນ ທ່ານ ນ. ຈັນເທົາ ປະທັມມະວົງ ປະທານ ກິດມະສັກ ສທຍ ໄດ້ໂອ້ລົມສະແດງຄວາມຍ້ອງຍໍ່ຊົມເຊີຍຕໍ່ຜົນສຳເລັດຂອງ ສທຍ ທີ່ຍາດມາໄດ້ໃນປີທີ່ຜ່ານມາ.
