ວັນທີ 27-29 ມັງກອນ 2026 ສະມາຄົມນັກທຸລະກິດແມ່ຍິງ, ໃນນາມເປັນປະທານ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ASEAN Women Entrepreneur Network (AWEN) ໄດ້ຈັດກອງປະຊຸມ: 1), AWEN Reflection Workshop on Leadership and Governance. 2), Preparing to Export to the UK: Train the Trainer (ToT) on Legal and Regulatory Export Procedures and Standards. 3), ກອງປະຊຸມ AWEN Board Meeting ທີ່ ໂຮງແຮມ ລາວພລາຊາ

ວັນທີ 27-29 ມັງກອນ 2026 ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງ, ໃນນາມເປັນປະທານ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ASEAN Women Entrepreneur Network (AWEN) ໄດ້ຈັດກອງປະຊຸມໃນ 3 ຫົວຂໍ້:
1), AWEN Reflection Workshop on Leadership and Governance. 2), Preparing to Export to the UK: Train the Trainer (ToT) on Legal and Regulatory Export Procedures and Standards. 3), ກອງປະຊຸມ AWEN Board Meeting ທີ່ ໂຮງແຮມ ລາວພລາຊາ ນະຄອນຫຼວງວຽງຈັນ,ສປປ ລາວ ເຊິ່ງເປັນກອງປະຊຸມຄະນະ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ຄັ້ງທຳອິດທີ່ຈັດຂຶ້ນຢູ ສປປ ລາວ.
ກອງປະຊຸມດັ່ງກ່າວນີ້ໂດຍການເປັນປະທານຂອງ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງ, ປະທານ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN) ແລະ ພ້ອມນັ້ນໃຫ້ກຽດເຂົ້າເປັນຄະນະປະທານຮ່ວມໃນກອງປະຊຸມໂດຍ ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ມີ ທ່ານ Tanvir Ahmad, ທີ່ປຶກສາອາວຸໂສຂອງໂຄງການ She Trades Hubs of Asia ສູນການຄ້າສາກົນ (ITC), ທ່ານ ນ. Anna Moscuzza, ຮັກສາການຮອງທູດ ສະຖານທູດອັງກິດ ປະຈຳ ນະຄອນຫຼວງວຽງຈັນ, ທ່ານ ນ. Anette Baleda, ຮອງຜູ້ອຳນວຍການຝ່າຍປະຕິບັດການ ຫ້ອງການຜູ້ອຳນວຍການ, ຄະນະກໍາມະການອາຊຽນວ່າດ້ວຍແມ່ຍິງ ACW ປະຈໍາຢູ່ປະເທດ ຟີລິບປິນ ແລະ ມີບັນດາປະທານ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນຂອງແຕ່ປະເທດຈາກປະເທດສະມາຊິກອາຊຽນ ທັງ 11 ປະເທດເຂົ້າຮ່ວມ ພ້ອມດ້ວຍຜູ້ປະສານງານ, ຊ່ຽວຊານຈາກສູນການຄ້າສາກົນ (ITC) ຜູ້ຕາງໜ້າຈາກ ສູນກາງສະຫະພັນແມ່ຍິງລາວ ແລະ ຜູ້ເຂົ້າຝຶກອົບຮົມຮ່ວມທັງໝົດ 46 ທ່ານ.
ກອງປະຊຸມດັ່ງກ່າວ ໂດຍໄດ້ຮັບການສະໜັບສະໜັບໜູນື ຈາກສູນການຄ້າສາກົນ (ITC) ເພື່ອສຸມໃສ່ວຽກວຽກບຸລິມະສິດຂອງ AWEN ແລະ ສົ່ງເສີມເປັນຜູ້ປະກອບການຂອງແມ່ຍິງໃນອາຊຽນ ໂດຍແນ່ໃສ່ການພັດທະນາຍຸດທະສາດຂອງ AWEN ໃນໄລຍະຍາວ, ການຍົກລະດັບຂີດຄວາມສາມາດດ້ານການບໍລິຫານ ແລະ ການເປັນຜູ້ນຳ, ໃຫ້ແກ່ສະມາຊິກໃນເຄືອຂ່າຍ, ປັບປຸງດ້ານໂຄງສ້າງ, ກົດລະບຽບ (TOR) ຂອງ AWEN, ທົບທວນຄືນຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ແຜນຍຸດທະສາດສຳລັບສົກປີ 2026–2027 ໃຫ້ມີຄວາມເຂັ້ມແຂງ ແລະ ການຈັດຕັ້ງປະຕິບັດວຽກວຽກໃຫ້ມີປະສິທິພາບສູງ, ໃຫ້ມີການຈະເລີນເຕີບໂຕ ແລະ ຍືນຍົງ.
