ວັນທີ 14 ມັງກອນ 2026 ຂອງມື້ວານນີ້ ສະມາຄົມນັດທຸລະກິດແມ່ຍິງ ໄດ້ຈັດພິທີຖະແຫຼງຂ່າວງານ ເທດສະການອາຫານລາວ 2026

ໃນວັນທີ 14 ມັງກອນ 2026 ຂອງມື້ວານນີ້ ສະມາຄົມນັດທຸລະກິດແມ່ຍິງ ໄດ້ຈັດພິທີຖະແຫຼງຂ່າວງານ ເທດສະການອາຫານລາວ 2026 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ, ມີທ່ານ ດາວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ສີສຸພົນ ສີຫາລາດ ຜູ້ອຳນວຍການ ກຸ່ບໍລິສັດດາວເຮືອງ ຈຳກັດຜູ້ດຽວ, ທ່ານ ນາງ ພອນພິລົມ ພະຈັນແສງ ຜູ້ຈັດການຈິດຈະກຳ ແລະ ອຸປະຖຳ ບໍລິສັດ ເບຍລາວ ຈຳຈັດ, ທ່ານ ນາງ ວຽງນະສອນ ອຸນາລົມ ປະທານ ສະມາຄົມນັກທຸລະກິດແມ່ຍິງ ແຂວງບໍລິຄຳໄຊ, ທ່ານ ນາງ ສາຍສະຫມອນ ອິນທິຈັກ ປະທານ ສະມາຄົມນັກທຸລະກິດແມ່ຍິງແຂວງສະຫວັນນະເຂດ ແລະ ມີຄະນະບໍລິຫານສະມາຄົມນັກທຸລະກິດແມ່ຍິງ, ພ້ອມດ້ວຍສະມຊິກ, ຜູ້ສະໜັບສະ, ໜູນແລະ ສື່ມວນຊົນເຂົ້າຮ່ວມ

ຈຸດປະສົງການຈັດງານລາວ 2026 ນີ້ແມ່ນເພື່ອສືບຕໍ່ອະນຸລັກ, ສົ່ງເສີມອາຫານທີ່ເປັນເອກະລັກຂອງລາວ ເພື່ອເປັນບ່ອນໂຄສະນາ ແລະຈໍາໜ່າຍຜະລິດຕະພັນທາງດ້ານສະບຽງອາຫານຂອງຜູ້ປະກອບການຂະໜາດນ້ອຍ ແລະກາງ, ທັງເປັນບ່ອນລະບາຍສິນຄ້າທີ່ລົ້ນຕະຫລາດໃຫ້ທຸກພາກສ່ວນຊ່ວຍກັນຊື້ ແລະໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ, ໂຄສະນາແລະສົ່ງເສີມທຸລະກິດອາຫານລາວໃຫ້ເປັນທີ່ຍອມຮັບວ່າ ການບໍລິໂພກອາຫານລາວແມ່ນສະອາດ, ປອດໄພ ພາຍໃຕ້ຄໍາຂວັນທີ່ວ່າ: “ສໍາພັດຄວາມເປັນລາວ ຜ່ານລົດຊາດ ອາຫານລາວ”

ງານເທດສະການອາຫານລາວໃນປີ 2026 ນີ້ຈະຈັດຂຶ້ນໃນວັນທີ 26-30 ມັງກອນ 2026 ທີ່ ສວນເຈົ້າອານຸວົງ ນະຄອນຫຼວງວຽງຈັນ ເລີ່ມແຕ່ 9 ໂມງ ເຊົ້າ ຫາ 10 ຕອນຄໍ່າ ເຊິ່ງມີອາຫານລາວແບບພື້ນບ້ານ, ອາຫານລາວປະຍຸກ ແລະ ອາຫານນາໆຊາດຈໍານວນໜຶ່ງມາວາງຂາຍແລະ ເຄຶ່ອງຫັດຖະກຳ ໃນນັ້ນຈະມີການການຈໍາລອງເຮືອນຄົວລາວບູຮາ ແລະ ບູດແຂວງ ແຫ່ງສະເໜ່ ເຊິ່ງເປັນເຈົ້າການ ຂອງສະມາຄົມ ນັກທຸລະກິດແມ່ຍິງ ແຂວງສະຫວັນນະເຂດ ແລະ ນອກນັ້ນຍັງຈະມິຊີ້ນໝູແປຮູບຈາກຊາວບ້ານໂພນໂຮມ, ເມືອງປາກຊັນ, ແຂວງ ບໍລິຄຳໄຊ. ນະໂອກາດນີ້ພວກເຮົາຂໍເຊີນຊວນປະຊາຊົນລາວ ແລະ ທຸກພາກສ່ວນໄປທ່ຽວຊົມ ແລະ ຊອກຊື້ອາຫານລາວພື້ນບ້ານຢູ່ໃນງານຂອງເຮົາ