ໃນວັນທີ 21 ພະຈິກ 2025 ໄດ້ມີພິທີມອບ-ຮັບ ປະທານ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ASEAN Women Entrepreneurs (AWEN) Network) ທີ່ ຣາຊະອາຈັກກຳປູເຈຍ

ວັນທີ 21 ພະຈິກ 2025 ໄດ້ມີພິທີມອບ-ຮັບ ປະທານ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ASEAN Women Entrepreneurs (AWEN) Network) ເຊິ່ງໄດ້ຂຶ້ນທີ່ ໂຮງແຮມ ໂຊຟີເທວ ນະຄອນຫຼວງພະນົມເປັນ ຣາຊະອາຈັກກຳປູເຈຍ ໃນພິທີດັ່ງກາວນີ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ Khieu Kanharith ສະມາຊິກສະພາທີ່ປຶກສາສູງສຸດແຫ່ງພຣະມະຫາກະສັດ, ສະມາຊິກສະພາແຫ່ງຊາດ ຣາຊະອານາຈັກ ກຳປູເຈຍ, ທ່ານ ລັດຖະມົນຕີ ກະຊວງການຄ້າ, ລັດຖະມົນຕີ ກະຊວງແມ່ຍິງ, ກະຊວງ ການທ່ອງທ່ຽວ ຣາຊະອາຈັກກຳປູເຈຍ, ທ່ານ ທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາ ຈັກກຳປູເຈຍ, ທູດມ້ຽມມ້າ, ທູດຕີມໍເລສເຕ ແລະ ມີບັນດາຜູ້ປະສານງານຂອງ AWEN, ຄະ​ນະ​ຜູ້​ແທນ​ຈາກ​ບັນ​ດາ​ປະ​ເ​ທດ​ສະ​ມາ​ຊິກ​ອາ​ຊຽນ ແລະ ຜູ້ສະໜັບສະໜູນ ເຂົ້າຮ່ວມ 600 ທ່ານ, ໃນ​ນີ້​ມີ​ ທ່ານ ນ. ບຸບຜາມະນີຈຸນລະມະນີ ຄະນະບໍລິຫານ ສະມາຄົມນັດທຸລະກິດແມ່ຍິງ, ຮອງປະທານ AWEN ສ​ປ​ປ ລາວ ພ້ອມ​ດ້ວຍ ຄະ​ນະ​ຜູ້​ແທນ​ຈາກ ສ​ປ​ປ ລາວ 25 ​ທ່ານ.
ໃນພິທີດັ່ງກ່າວໄດ້ມອບໜ້າທີ່ ປະທານ AWEN ຈາກຣາຊະອານາຈັກ ກຳປູເຈຍ ໂດຍ ທ່ານ Dr. Eng Lykuong ປະທານ AWEN (ປັດຈຸບັນ) ໄດ້ມອບໃຫ້ແກ່ ສປປ ລາວ ເຊິ່ງຂຶ້ນຮັບໜ້າທີ່ໂດຍ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງ (ເປັນປະທານ AWEN ຄົນໃຫມ່)
ເນື່ອງໃນໂອກາດດັ່ງກ່າວນີ້ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສທຍ ກໍ່ໄດ້ຂຶ້ນກ່າວຮັບຫນ້າທີ່ເປັນປະທານ AWEN ແລະ ຮູ້ສຶກເປັນກຽດ ແລະ ພູມໃຈ ທີ່ໄດ້ຮັບຄວາມໄວ້ວາງໃຈ ແລະ ເຊື່ອໝັ້ນຈາກບັນດາປະເທດສະມາຊິກ AWEN ທີ່ໄດ້ມອບໝາຍໜ້າທີ່ອັນມີກຽດສະຫງ່າ ໃຫ້ສະມາຄົມນັກທຸລະກິດແມ່ຍິງລາວ ເປັນປະທານ AWEN ຄົນຕໍ່ໄປໃນລະໄລປີ 2026-2027 ເຊິ່ງຈະເລີ່ມຈັດຕັ້ງປະຕິບັດແຕ່ເດືອນມັງກອນ 2026 ເປັນຕົ້ນໄປ ເຊິ່ງໄດ້ຢືນຢັນຄວາມມຸ່ງໝັ້ນໃນການສືບຕໍ່ພາລະກິດທີ່ສໍາຄັນຂອງ AWEN ຄື:
• ສ້າງ​ຄວາມເຂັ້ມແຂງໃຫ້ແກ່ເຄືອ​ຂ່າຍ​ຜູ້ປະກອບການແມ່​ຍິງ​ໃນ​ທົ່ວ​ອາ​ຊຽນ.
• ຊຸກຍູ້​ແລກປ່ຽນ​ຄວາມ​ຮູ້, ຄວາມ​ສາມາດ, ການ​ຮ່ວມ​ມື​ ແລະ ການຄ້າຊາຍແດນ.
•ສົ່ງເສີມການພັດທະນາທາງດ້ານນະວັດຕະກໍາໃຫມ່, ເສດຖະກິດຂອງຜູ້ປະກອບການແມ່ຍິງອາຊຽນ ແລະ ຄວາມຍືນຍົງ
•ສ້າງ​ກາລະ​ໂອກາດ​, ເປັນເວທີແລກປ່ຽນຄວາມຮູ້ປະສົບການຂອງຜູ້ປະກອບການແມ່ຍິງອາຊຽນໃຫ້ເຕີບ​ໂຕສາມາດແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ
•ເຮັດວຽກຮ່ວມກັນເພື່ອບັນລຸຜົນສຳເລັດອັນໃໝ່ ສະທ້ອນໃຫ້ເຫັນເຖິງການສ້າງວິໄສທັດຮ່ວມກັນ, ເຊື່ອມຕໍ່ ແລະ ປະກອບສ່ວນໃນການເສີມສ້າງຄວາມກ້າວໜ້າທາງດ້ານເສດຖະກິດແບບຍືນຍົງ.ນອກຈາກນີ້ ໃນພິທີດັ່ງກ່າວ ກໍ່ຍັງໄດ້ປະກາດຮັບເອົາປະເທດຕີມໍເລສເຕ ເຂົ້າເປັນສະມາຊິກຂອງ AWEN ເປັນປະເທດ ທີ 11 ຢ່າງເປັນທາງການ.