ສະ​ມາ​ຊິກະ​ມາ​ຄົ​ທມ​ນັກ​ທຸ​ລະ​ກິດແມ່ຍິງ ຈາກ ສປປ ລາວ ໄດ້ຮັບລາງວັນຜູ້ກອບການແມ່ຍິງດີເດັ່ນອາຊຽນປະຈຳປີ 2025 (AWEN Award)

ສະ​ມາ​ຊິກະ​ມາ​ຄົ​ທມ​ນັກ​ທຸ​ລະ​ກິດແມ່ຍິງ ຈາກ ສປປ ລາວ ໄດ້ຮັບລາງວັນຜູ້ກອບການແມ່ຍິງດີເດັ່ນອາຊຽນປະຈຳປີ 2025 (AWEN Award) ເຊິ່ງຕອນຄໍ່າຂອງວັນທີ 21 ພະຈິກ 2025 ທີ່ຜ່ານມາໄດ້ມີພິທີມອບລາງວັນເຄືອຂ່າຍຜູ້ປະກອບການແມ່ຍິງດີເດັ່ນອາຊຽນປະຈຳປີ 2025 (AWEN Award 2025) ທີ່ ໂຮງແຮມໂຊຟີເທວ ນະຄອນຫຼວງພະນົມເປັນ ຣາຊະອານາຈັກ ກຳປູເຈຍ, ເປັນເຈົ້າພາບຈັດໂດຍ ASEAN Entrepreneurs Network (AWEN) ຣາຊະອານາຈັກ ກຳປູເຈຍ ໃນນາມເປັນປະທານ AWEN. ໂດຍໃຫ້ກຽດເຂົ້າຮ່ວມງານດັ່ງກ່າວນີ້ ຂອງ ທ່ານ Khieu Kanharith ສະມາຊິກສະພາທີ່ປຶກສາສູງສຸດແຫ່ງເຈົ້າຊີວິດ, ທີ່ປຶກສາອາວຸໂສຂອງເຈົ້າຊີວິດ ທັງເປັນສະມາຊິກສະພາແຫ່ງ ຣາຊະອານາຈັກ ກຳປູເຈຍ, ທ່ານ ນ. Ing Kantha Phavi ລັດຖະມົນຕີ ກະຊວງແມ່ຍິງ, ທ່ານ ນ. Chum Nimol ລັດຖະມົນຕີ ກະຊວງການຄ້າ ຣາຊຣາຊະອານາຈັກ ກຳປູເຈຍ, ທ່ານ ບົວແກ້ວ ພູມວົງໄຊ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ໄດ້ຕາງໜ້າລັດຖະບານແຫ່ງ ສປປ ລາວ, ມີຜູ້ປະສານງານຂອງ AWEN ບັນດາປະເທດສະມາຊິກອາຊຽນ, ມີທ່ານ ນາງ ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງ, ປະທານ AWEN Laos, ທ່ານ ນ. ບຸບຜາມະນີ ຈຸລະມະນີ ຄະນະບໍລິຫານສະມາຄົມນັກທຸລະກິດແມ່ຍິງ, ຮອງປະທານ AWEN Laos ພ້ອມດ້ວຍຄະນະຜູ້ແທກຈາກ ສປປ ລາວເຂົ້າຮ່ວມທັງໝົດ 25 ທ່ານ.

ໃນພິທີດັ່ງກ່າວມີຜູ້ໄດ້ຮັບລາງວັນ AWEN Award ໃນຄັ້ງນີ້ຈາກບັນດາປະເທດສະມາຊິກອາຊຽນທັງໝົດ 93 ທ່ານ ດັ່ງນີ້: ມີ ຣາຊະອານາຈັກ ກຳປູເຈຍ 16 ທ່ານ, ອິນໂດເນເຊຍ 19 ທ່ານ, ມາເລເຊຍ 5 ທ່ານ, ມຽມມ້າ 15 ທ່ານ, ຟີລິບປິນ 14 ທ່ານ, ສິງກາໂປ 9 ທ່ານ, ຕີມໍເລສເຕ 2 ທ່ານ, ຫວຽດນາມ 1 ທ່ານ ໃນນີ້ມີຜູ້ໄດ້ຮັບລາງວັນ ສປປ ລາວ ໃນທົ່ວປະເທດ ຈຳນວນ 11 ທ່ານ ດັ່ງລາຍຊື່ລຸ່ມນີ້:
1. ທ່ານ ນ. ໄກສອນ ລັດຕະນະວົງ ຜູ້ອໍານວຍການ ໂຮງງານ ກວດເພັດໂພນຕ້ອງ ຈາກນະຄອນຫຼວງວຽງຈັນ
2. ທ່ານ ນ. ດວງມາລາ ມາດມະນີສອນ ຜູ້ອໍານວຍການ ກຸ່ມບໍລິສັດ ດີເອັມ ຈຳກັດຜູ້ດຽວ ຈາກນະຄອນຫຼວງວຽງຈັນ
3. ທ່ານ ນ. ມາລີຍາ ພົມມະສອນ ຮອງຜູ້ອໍານວຍການ ບໍລິສັດ ແອວຈີ ທີ່ປຶກສາ ແລະ ກໍ່ສ້າງ ຈຳກັດ ຈາກນະຄອນຫຼວງວຽງຈັນ
4. ທ່ານ ນ. ຄໍາພອນ ໄຊຍຍາວົງ ຜູ້ຈັດການ ບໍລິສັດ ປາຄໍາ ຈຳກັດ ຈາກແຂວງຫລວງນໍ້າທາ
5. ທ່ານ ນ. ດາວອນ ແສງພະຈັນ ເຈົ້າຂອງ ຮ້ານອາຫານກຸຫຼາບ ຮັບຈັດງານນອກສະຖານທີ່ ຈາກ ນະຄອນຫຼວງວຽງຈັນ
6. ທ່ານ ນ. ວຽງນະສອນ ອຸນາລົມ ຜູ້ອໍານວຍການ ບໍລິສັດ ວັນນະແສງການຄ້າ ຈຳກັດຜູ້ດຽວ ຈາກແຂວງບໍລິຄໍາໄຊ
7. ທ່ານ ນ. ຄໍາສະໄຫມ ເສນສອນ ຮອງປະທານ ບໍລິສັດ ຈະເລີນໄຊ ກໍ່ສ້າງ-ສ້ອມແປງຊົນລະປະທານ, ຂົວທາງ ແລະ ເຄຫາສະຖານ ຈຳກັດຜູ້ດຽວ, ຈາກແຂວງສະຫວັນນະເຂດ
8. ທ່ານ ນ. ວິໄລວອນ ສີສານ ຮອງປະທານ ບໍລິສັດ ສະຫວັນຄໍາກໍ່ສ້າງຂົວທາງ ແລະ ຊົນລະປະທານ ຈຳກັດຜູ້ດຽວ ຈາກແຂວງສະຫວັນນະເຂດ
9. ທ່ານ ນ. ແສງເດືອນ ແສງອາລຸນ ຜູ້ອໍານວຍການ ໂຮງແຮມ ແສງອາລຸນ,ຈາກ ແຂວງຈໍາປາສັກ
10. ທ່ານ ນ. ຈັນທອນ ລັດຕະນະວົງ ຜູ້ອໍານວຍການ ບໍລິສັດ ສາມທິບການກະເສດ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຈາກແຂວງຈໍາປາສັກ
11. ທ່ານ ນ. ສຸດາໄລ ພັນທະມີໄຊ ຜູ້ບໍລິຫານສູງສຸດດ້ານຊັບພະຍາກອນບຸກຄົນ ບໍລິສັດ ຕະຫຼາດສົດ ລາວ-ອົດຊີ ຈຳກັດຜູ້ດຽວ ຈາກນະຄອນຫຼວງວຽງຈັນ.
ຈຸດປະສົງໃນການມອບລາງວັນດັ່ງນີ້ແມ່ນເພື່ອສະຫຼຸບໃຫ້ເຫັນເຖິງຜົນສຳເລັດຂອງຜູ້ປະກອບການແມ່ຍິງອາຊຽນ, ພາລະບົດບາດ ແລະ ຄວາມສຳຄັນໃນການນຳພາຂອງແມ່ຍິງ ໃນການຂັບເຄື່ອນທຸລະກິດແບບຍືນຍົງ, ການຮ່ວມມືຢູ່ໃນພາກພື້ນ ແລະ ທີ່ມີຜົນຕໍ່ສັງຄົມ. ພາຍຫຼັງສຳເລັດການມອບລາງວັນແລ້ວກໍ່ໄດ້ມີການສ້າງບັນຍາກາດເບີກບານມ່ວນຊື່ນເລັກໜ້ອຍເພື່ອສະແດງຄວາມຍິນດີຕໍ່ຜົນສຳເລັດຂອງຜູ້ປະກອບການແມ່ຍິງອາຊຽນທີ່ໄດ້ຮັບລາງວັນດັ່ງກ່າວນີ້ຄັ້ງນີ້ດ້ວຍ