ກອງປະຊຸມ ASEAN Circular Economy Forum (ACEF) 2025 ທີ່ ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ

ໃນວັນທີ 16-17 ຕຸລາ 2025 ທີ່ ຜ່ານມາ ທ່ານ ນ. ບຸບຜາມະນີ ຈຸນລະມະນີ ຄະນະບໍລິຫານ ສະມາຄົມນັກທຸລກິດແມ່ຍິງ (ສທຍ) ໄດ້ເຂົ້າຮ່ວມກອງປະຊຸມ ASEAN Circular Economy Forum (ACEF) 2025 ທີ່ ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ ເຊິ່ງມີຜູ້ເຂົ້າຮ່ວມຈາກປະເທດສະມາຊິກອາຊຽນ, ອົງການສະເພາະຂະແໜງການ ແລະ ພາກີນອກອາຊຽນ ຫຼາຍກວ່າ 240 ທ່ານ, ໃນນີ້ກໍ່ມີຜູ້ເຂົ້າຮ່ວມຈາກ ສປປ ລາວ 6 ທ່ານ: ຈາກສະມາຄົມນັກທຸລກິດແມ່ຍິງ 1 ທ່ານ ແລະ ມີຜູ້ຕ່າງໜ້າຈາກລັດຖະບານແຫ່ງ ສປປ ລາວ ເຂົ້າຮ່ວມ 4 ທ່ານ ມີຜູ້ຕາງໜ້າຈາກກະຊວງ ອຸດສາຫະກຳ ແລະ ການຄ້າ 1 ທ່ານ ແລະ ຜູ້ຕາງໜ້າຈາກ ກະຊວງ ກຳສິງກຳ ແລະ ສິ່ງແວດລ້ອມ 4 ທ່ານ.
ກອງປະຊຸມດັ່ງກ່າວນີ້ໂດຍພາຍໃຕ້ຫົວຂໍ້: “ເລັ່ງລັດການຫັນປ່ຽນສູ່ເສດຖະກິດໝູນວຽນໃນອາຊຽນ ດ້ວຍທັກສະສີຂຽວ, ນະວັດຕະກໍາໃນການແກ້ໄຂບັນຫາ ແລະ ການລົງທຶນ” (Accelerate the Circular Economy Transition in ASEAN with Green Skills, Innovative Solutions, and Investments) ເຊິ່ງເປັນເວທີແລກປ່ຽນອົງຄວາມຮູ້, ປະສົບການ ແລະ ແນວທາງປະຕິບັດທີ່ດີລະຫວ່າງປະເທດສະມາຊິກອາຊຽນ, ພາກີພາຍນອກ ແລະ ຜູ້ມີສ່ວນໄດ້ສ່ວນເສຍທີ່ກ່ຽວຂ້ອງ ເພື່ອຮ່ວມກັນຂັບເຄື່ອນເສດຖະກິດໝູນວຽນໃນລະດັບພາກພື້ນ
ເປັນເວທີແລກປ່ຽນຄວາມຮູ້, ການປຶກສາຫາລືດ້ານນະໂຍບາຍ ແລະ ການຮ່ວມມືລະດັບພາກພື້ນ ກ່ຽວກັບ ເສດຖະກິດໝູນວຽນ ແລະ ການພັດທະນາບຸກຄະລາກອນທີ່ມີ ທັກສະສີຂຽວ ແລະ ທັກສະດ້ານເສດຖະກິດໝູນວຽນ, ການຂະຫຍາຍຂະໜາດ ວິທີແກ້ໄຂບັນຫາເສດຖະກິດໝູນວຽນທີ່ເປັນນະວັດຕະກຳ ແລະ ການລະດົມທຶນສໍາລັບໂຄງການລິເລີ່ມເສດຖະກິດໝູນວຽນ.
ກອງປະຊຸມດັ່ງກ່າວນີ້ໄດ້ຈັດຂຶ້ນພາຍໃຕ້ການຮ່ວມມືລະຫວ່າງ ສູນອາຊຽນເພື່ອການສຶກສາ ແລະ ການປຶກສາຫາລື ດ້ານການພັດທະນາແບບຍືນຍົງ (ACSDSD), ກະຊວງຊັບພະຍາກອນທໍາມະຊາດ ແລະ ຄວາມຍືນຍົງທາງສິ່ງແວດລ້ອມຂອງມາເລເຊຍ, ສະຫະພາບເອີຣົບ (European Union), ແລະ ກອງທຶນນະວັດຕະກຳ ຊິດທຣາ (Finnish Innovation Fund Sitra).

