ຂະບວນຍ່າງສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ

ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງ ພ້ອມດ້ວຍສະມາຊິກ ເຂົ້າຮ່ວມງານຂະບວນຍ່າງສະເຫຼີມສະຫຼອງວັນຫັດຖະກຳແຫ່ງຊາດ ຄັ້ງວັນທີ 25 ຕຸລາ 2025 ທີ່ ສວນປະຕູໄຊ ຫາ ຕຳໜັກຜ້າໄໝລາວບູຮານ ໂດຍເປັນປະທານເປີດໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສຫະກຳ ແລະ ການຄ້າ ແລະ ທ່ານ ປ້າ ນາລີ ສີສຸລິດ ພັນລະຍາປະທານປະເທດ ແຫ່ງ ສປປ ລາວ.

