ເວທີການພັດທະນາ ແລະ ການຮ່ວມມືແມ່ຍິງອາຊຽນ-ຈີນ ປີ 2025 ສປ.ຈີນ



ທ່ານ ນ. ລັດສະໝີ ຕາງໜ້າ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ ເຂົ້າຮ່ວມເວທີການພັດທະນາ ແລະ ການຮ່ວມມືແມ່ຍິງອາຊຽນ-ຈີນ ປີ 2025 ໃນວັນທີ 15-18 ກໍລະກົດ 2025 ທີ່ ນະຄອນໜານໜິງ, ເຂດປົກຄອງ ຕົນເອງ ເຜົ່າຈວ້າງກວາງຊີ ສປ.ຈີນ
ເນື່ອງໃນໃຂນໂອກາດດັ່ງນີ້ ທ່ານ ນ. ລັດສະໝີ ເວດຊະພົງ ໄດ້ຕ່າງໜ້າ ທ່ານ ປະທານ ສທຍ ບົດບັນທຶກຄວາມເຂົ້າໃຈກ່ຽວກັບການແລກປ່ຽນ ແລະການຮ່ວມມືທີ່ເປັນມິດ ລະຫວ່າງ ສະມາຄົມນັກທຸລະກິດແມ່ຍິງກວາງຊີ, ສປ ຈີນ ແລະ ສະມາຄົມນັກທຸລະກິດຍິງລາວ ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງແມ່ຍິງຈີນ-ລາວ,ຊຸກຍູ້ການຮ່ວມມືຕົວຈິງ ລະຫວ່າງນັກທຸລະກິດແມ່ຍິງຂອງທັງສອງປະເທດ, ຊຸກຍູ້ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ໃຫ້ໄດ້ຮັບໝາກຜົນຕໍ່ການສ້າງປະຊາຄົມຈີນ-ລາວ ໃນການຮ່ວມມືກັນໃນອະນາຄົດ
