ສະ​ຫະ​ພັນ​ແມ່​ຍິງ ສະມາຄົມນັກທຸລະກິດແມ່ຍິງ ​ໄດ້ຮັບຢັ້ງ​ຢືນ​ທຸງ​ໄຊ 3 ດີ

ໃນພິທີສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະຫະພັນແມ່ຍິງລາວທົ່ວປະເທດ ສະໄໝ VIII (2021-2025) ເຊິ່ງ​ໄດ້​ຂຶ້ນວັນທີ 12 ສິງຫາ 2025 ທີ່ ສູນ​ອົບ​ແມ່​ຍິງສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ລາ​ວ

 

ໂດຍການເປັນປະທານຂອງ ທ່ານ ນ. ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ເຂົ້າຮ່ວມມີບັນດາ ທ່ານ ຮອງປະທານຄະນະບໍລິຫານງານ ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ລາ​ວ  , ປະທານ-ຮອງປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ, ແຂວງ, ກະຊວງ-ອົງການ, ສະມາຄົມນັກທຸລະກິດແມ່ຍິງ ແລະ ກົງຈັກຊ່ວຍວຽກສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມ.

 

ເນື່ອງ​ໃນ​ໂອ​ກາດ​ດັ່ງ​ກ່າວ​ນີ້ ສະມາຄົມນັກທຸລະກິດແມ່ຍິງ ໄດ້ຮັບຢັ້ງ​ຢືນ​ທຸງ​ໄຊ 3 ດີ ໂດຍ​ໃຫ້​ກຽດ​ຂື້ນມອບ​ໂດຍທ່ານ ນ. ອາລີ ວົງໜໍ່ບຸນທຳ ປະ​ທານ ສູນກາງສະຫະພັນແມ່ຍິງລາວ ແລະ ​ຂຶ້ນຮັບ​ໂດຍ ທ່ານ ນ. ສິ​ຣິ​ຄູນ ພູມ​ລາ​ວັນ ປະ​ທານ ສະ​ຫະ​ພັນ​ແມ່​ຍິງ ສະມາຄົມນັກທຸລະກິດແມ່ຍິງ (ຮອງ​ປະ​ທານ ສະມາຄົມນັກທຸລະກິດແມ່ຍິງ)