ຜູ້ປະກອບການແມ່ຍິງ ຈາກ ສປປ ລາວ 13 ທ່ານ ທີ່ໄດ້ຮັບລາງວັນຜູ້ກອບການແມ່ຍິງດີເດັ່ນອາຊຽນປະຈຳປີ_2026 (ASEAN Women Entrepreneurs Network Award 2026)

ຜູ້ປະກອບການແມ່ຍິງ ຈາກ ສປປ ລາວ ທີ່ໄດ້ຮັບລາງວັນຜູ້ກອບການແມ່ຍິງດີເດັ່ນອາຊຽນປະຈຳປີ_2026 (ASEAN Women Entrepreneurs Network Award 2026)
ພິທີມອບລາງວັນດັ່ງກ່າວໄດ້ຈັດຂຶ້ນໃນຕອນຄ່ຳຂອງວັນທີ 02 ຕຸລາ 2026 ທີ່ ໂຮງແຮມ ອາມາຣີ, ນະຄອນຫຼວງວຽງຈັນ, ສປປ ລາວ ເຊິ່ງເປັນເຈົ້າພາບໂດຍສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໃນນາມເປັນປະທານເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ 2026-2027 (ASEAN Women Entrepreneurs Network) ຫຼື ເອີ້ນວ່າ AWEN.
ງານດັ່ງກ່າວນີ້ພາຍໃຕ້ການເປັນປະທານຂອງ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສທຍ, ປະທານ AWEN 2026-2027 ແລະ ໃຫ້ກຽດເຂົ້າຮ່ວມພິທີ ແລະ ມອບຮັບລາງວັນດັ່ງກ່າວນີ້ ໂດຍ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ, ມີ ທ່ານ ນ. ທຳມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານ ສູນກາງສະຫາະພັນແມ່ຍິງລາວ ແລະ ບັນດາທ່ານເອກອັກຄະລັດຖະທູດ, ທຸຕານຸທູດ ປະເທດສະມາຊິກອາຊຽນ ປະຈໍາ ສປປ ລາວ, ບັນດາປະທານເຄືອຂ່າຍຜູ້ປະກອບການແມ່ຍິງປະເທດອາຊຽນຈາກບັນດາປະເທດສະມາຊິກອາຊຽນ 11 ປະເທດ ພ້ອມດ້ວຍຄະນະ ແລະ ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ, ຕາງຫນ້າຈາກບັນດາບໍລິສັດທີ່ໃຫ້ການສະໜູນງານໃນຄັ້ງນີ້ ແລະ ພ້ອມດ້ວຍສະມາຊິກ ສທຍ ທົ່ວປະເທດ 320 ທ່ານ ເຂົ້າຮ່ວມ.
ໃນພິທີດັ່ງກ່າວມີຜູ້ໄດ້ຮັບລາງວັນໃນຄັ້ງນີ້ຈາກບັນດາປະເທດສະມາຊິກອາຊຽນທັງໝົດ 82 ທ່ານ ດັ່ງນີ້: ມີ ຣາຊະອານາຈັກ ກຳປູເຈຍ 12 ທ່ານ, ອິນໂດເນເຊຍ 3 ທ່ານ, ມາເລເຊຍ 3 ທ່ານ, ມຽມມ້າ 13 ທ່ານ, ຟີລິບປິນ 10 ທ່ານ, ສິງກາໂປ 6 ທ່ານ, ຣາຊະອານາຈັກ ໄທ 12 ຕີມໍເລສເຕ 1 ທ່ານ, ສສ ຫວຽດນາມ 9 ທ່ານ ແລະ ມີຜູ້ໄດ້ຮັບລາງວັນດັ່ງກ່າວ ສປປ ລາວ ໃນທົ່ວປະເທດ ຈຳນວນ 13 ທ່ານ ດັ່ງລາຍຊື່ລຸ່ມນີ້:
1. ທ່ານ ນ. ພິລາວັນ ອັນລາວັນ ຜູ້ອຳນວຍການ ບໍລິສັດ ພີໄອເອັສ ຈຳກັດຜູ້ດຽວ ຈາກ ແຂວງ ຫຼວງນ້ຳທາ
2. ທ່ານ ນ. ເກດສຸດາ ກາຫວັນ ຮອງປະທານ ຕະຫຼາດ ກະສິກຳ-ອຸດສາຫະກຳ ເມືອງລອງ ຈາກແຂວງ ຫຼວງນ້ຳທາ
3. ທ່ານ ນ. ສຸກສະຫວັນ ບຸນມາກຜູ້ອຳນວຍການ ບໍລິສັດ ອານຸວົງ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ຈາກນະຄອນຫຼວງວຽງຈັນ
4. ທ່ານ ນ. ດາລາພອນ ກຽດສີທະນາກອນ ຜູ້ອຳນວຍການ/ເຈົ້າຂອງ ວິສາຫະກິດສ່ວນບຸກຄົນ ດາຫລາ ສະປາ ຈາກນະຄອນຫຼວງວຽງຈັນ
5. ທ່ານ ນ. ປະລິນຍາກອນ ປັນຍາທິບ ຜູ້ອຳນວຍການ ໂຮງຮຽນ ນານາຊາດ ປັນຍາທິບ ຈາກນະຄອນຫຼວງວຽງຈັນ,
6. ທ່ານ ນ ວິໄວວັນ ພູນສະລິດ ຜູ້ອຳນວຍການ ໂຮງງານນໍ້າປາແດກຕົ້ມສຸກສໍາເລັດຮູບກາສາມດາວ
7. ທ່ານ ນ. ພອນທິບ ເພຍໄຊ ເຈົ້າຂອງໂຮງງານ ແຈ່ວແຊບແມ່ພອນທິບ ສ່ວນບຸກຄົນ ຈາກແຂວງຄຳມ່ວນ
8. ທ່ານ ນ. ເພັດດາລາ ວິລະຈິດ ຮອງປະທານ ບໍລິສັດ ວີເອສວີ ການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ
9. ທ່ານ ນ. ສຸຈິນດາ ພົມມີໄຊ ປະທານ ບໍລິສັດ ສະຫວັນມີໄຊ ກຣຸບ ຈຳກັດຜູ້ດຽວ
10. ທ່ານ ນ. ສອນທິດາ ອຸນາພົມ ຜູູ້ອໍານວຍການ ບໍລິສັດ ພັດທະນາແຫຼ່ງທ່ອງທ່ຽວຕາດເຍືອງຫຼັກ 40 ເມືອງປາກຊ່ອງ ຈໍາກັດຜູ້ດຽວ ຈາກແຂວງຈຳປາສັກ
11. ທ່ານ ນ. ປັນຈະລາ ທອງມະນີລາ ຜູູ້ອໍານວຍການ ວິສາຫະກິດສ່ວນບຸກຄົນ ໂຮງຮຽນ ອະນຸບານ-ປະຖົມ ແສງອາລຸນ ຈາກແຂວງຈຳປາສັກ
12. ທ່ານ ນ. ຄຳແພງ ແສນປັນຍາ ຜູ້ອໍານວຍການ ໂຮງງານ ເຊີນໝູ້ປຸງແຕ່ງໄມ້ສຳເລັດຮູບສ່ວນບຸກຄົນ ຈາກແຂວງຈຳປາສັກ
13. ທ່ານ ນ. ວ່າງພະໄທ ໃຊຍະປັນຍາ ຜູ້ອໍານວຍການ ຮ້ານສົມຫວັງ-ສົມພະໄທ ຊື້-ຂາຍເງິນຄໍາ ແລະ ວັດຖຸມີຄ່າສ່ວນບຸກຄົນ ຈາກແຂວງຈຳປາສັກ
ລາງວັນເຊິ່ງເປັນລາງວັນສາກົນອັນຊົງກຽດທີ່ຄຳຄັນໃຫ້ແກ່ຜູ້ປະກອບການແມ່ຍິງບັນດາປະເທດສະມາຊິກອາຊຽນ ເພື່ອເປັນການຍ້ອງຍໍຊົມເຊີຍບັນດາຜູ້ປະກອບການແມ່ຍິງໃນອາຊຽນທີ່ດີເດັ່ນ ແລະ ມີຜົນສໍາເລັດ ເຊິ່ງເປັນການປະກອບສ່ວນຊ່ວຍສ້າງສາຄວາມເຂັ້ມແຂງທາງດ້ານເສດຖະກິດຢູ່ພາຍໃນປະເທດ, ອາຊຽນ, ພາກພື້ນ ແລະ ສາກົນ.


