ກອງປະຊຸມ ແລະ ພິທີມອບລາງວັນເຄືອຂ່າຍຜູ້ປະກອບການແມ່ຍິງດີເດັ່ນອາຊຽນ 2026 (ASEAN Women Entrepreneurs Forum and Award 2026)

ວັນທີ 2 ຕຸລາ 2026 ທີ່ຜ່ານມາ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໃນນາມເປັນປະທານເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ 2026-2027 (ASEAN Women Entrepreneurs Network) #AWEN ເຊິ່ງໄດ້ເປັນເຈົ້າພາບຈັດກອງປະຊຸມ ແລະ ພິທີມອບລາງວັນເຄືອຂ່າຍຜູ້ປະກອບການແມ່ຍິງດີເດັ່ນອາຊຽນ 2026 (ASEAN Women Entrepreneures Forum and Award 2026) ຂຶ້ນ ທີ່ ໂຮງແຮມ ອາມາຣີ ນະຄອນຫຼວງວຽງຈັນ ສປປ ລາວ.
ເປັນປະທານເປີດກອງປະຊຸມ ແລະ ພິທີມອບລາງວັນດັ່ງກ່າວ ໂດຍ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສທຍ, ປະທານ AWEN 2026-2027, ມີ ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະການຄ້າ ແລະ ທ່ານ ນ. ທໍາມາ ເພັດວິໄຊ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ແລະ ມີບັນດາທ່ານເອກອັກຄະລັດຖະທູດ, ທຸຕານຸທູດ ປະເທດສະມາຊິກອາຊຽນ ປະຈໍາ ສປປ ລາວ, ບັນດາປະທານເຄືອຂ່າຍຜູ້ປະກອບການແມ່ຍິງປະເທດອາຊຽນ ຈາກບັນດາປະເທດສະມາຊິກອາຊຽນ 11 ປະເທດ ພ້ອມດ້ວຍຄະນະ ແລະ ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງ, ຕາງຫນ້າຈາກບັນດາບໍລິສັດທີ່ໃຫ້ການສະໜູນງານໃນຄັ້ງນີ້ແລະ ມີສະມາຊິກ ສທຍ ທົ່ວປະເທດ ແລະ ສື່ມ່ວນຊົນ 300 ກວ່າທ່ານ ເຂົ້າຮ່ວມ.
ສທຍ ເປັນອົງການຈັດຕັ້ງທີ່ຖືກຕັ້ງໂດຍ ລັດຖະບານແຫ່ງ ສປປ ລາວ ແລະ ໄດ້ຕາງໜ້າ ສປປ.ລາວ ໃນການປະກອບສ່ວນເຂົ້າວຽກງານຂອງ AWEN ເຊິ່ງເປັນພື້ນຖານອັນສໍາຄັນ ທີ່ໄດ້ນໍາພາໃຫ້ ສປປ ລາວ ໄດ້ກ້າວຂຶ້ນສູ່ບົດບາດໃນເວທີຂອງອາຊຽນ ແລະ ສາກົນ ໃນການເຊື່ອມໂຍງພາກພື້ນ ແລະສາກົນ ເພື່ອສົ່ງເສີມບົດບາດຍິງ-ຊາຍ, ເພີ່ມຂີດ ຄວາມສາມາດດ້ານການ ແຂ່ງຂັນ, ແລະ ສ້າງໂອກາດໃຫ້ນັກບັດດາທຸລະກິດຍິງໃນອາຊຽນໄດ້ເຊື່ອມໂຍງທາງດ້ານ ການຄ້າ ແລະ ການລົງທຶນ ພາກພື້ນ ແລະ ສາກົນ.
ງານດັ່ງກ່າວນີ້ເປັນເວທີໃຫ້ແກ່ຜູ້ກອບການແມ່ຍິງໃນອາຊຽນ, ຜູ້ກຳນົດນະໂຍບາຍ, ຄູ່ຮ່ວມພັດທະນາຈາກທົ່ວ ພາກພື້ນໄດ້ມາພົບປະ, ແລກປ່ຽນປະສົບການ, ແລະ ປຶກສາຫາລືກ່ຽວກັບໂອກາດ ຈະ ປຶກສາຫາລືກ່ຽວກັບໂອກາດ ແລະ ສິ່ງທ້າທາຍທີ່ນັກ ທຸລະກິດແມ່ຍິງກໍາລັງປະເຊີນຢູ່ເປັນຕົ້ນ: ການເຂົ້າເຖິງແຫຼ່ງທຶນ, ການນໍາໃຊ້ເຕັກໂນໂລຊີ ຫຼື ການຂະຫຍາຍຕະຫຼາດໃນພາກພື້ນຂອງອາຊຽນ ແລະ ສາກົນ.



