ທ່ານ ນ. ບຸບຜາມະນີ ຈຸນລະມະນີ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ, ຮອງ ປະທານ AWEN LAOS ໄດ້ຕາງໜ້າ ສທຍ ແລະ AWEN ເຂົ້າຮ່ວມປະຊຸມ The 17th International Economic Forum – Russia Islamic World: KazanForum 2026 ທີ່ ເມືອງຄາຊານ, ປະເທດຣັດເຊຍ.

ວັນທີ 13–16 ພຶດສະພາ 2026 ທ່ານ ນ. ບຸບຜາມະນີ ຈຸນລະມະນີ ຄະນະບໍລິຫານ ສະມາຄົມນັກທຸລະກິດແມ່ຍິງ (ສທຍ), ຮອງ ປະທານ AWEN LAOS ໄດ້ຕາງໜ້າ ສທຍ ແລະ AWEN ເຂົ້າຮ່ວມປະຊຸມ The 17th International Economic Forum – Russia Islamic World: KazanForum 2026 ທີ່ ເມືອງຄາຊານ, ປະເທດຣັດເຊຍ.
​ທ່ານໄດ້ຂຶ້ນເປັນ Panelist ໃນກອງ​ປະ​ຊຸມສົນທະນາຫົວຂໍ້: “Expanding the Horizon of Cooperation between BRICS and AWEN” ເຊິ່ງມີຄະນະຜູ້ແທນຮ່ວມຈາກປະເທດຣັດເຊຍ, ມາເລເຊຍ, ອິນໂດເນເຊຍ, ຫວຽດນາມ, ກຳປູເຈຍ ແລະ ສປປ ລາວ
ໃນເວທີສົນທະນາດັ່ງກ່າວນີ້ທ່ານໄດ້ນຳສະເໜີທ່າແຮງຂອງນັກທຸລະກິດຍິງແມ່ຍິງລາວ, ການຫາລືການຫຼຸດຜ່ອນອຸປະສັກດ້ານການຄ້າ-ການຂົນສົ່ງ ແລະ ໄດ້ສະເໜີແນວຄິດສ້າງຕັ້ງ BRICS – ASEAN Business Umbrella Platform ເພື່ອເປັນແພລດຟອມກາງໃນການຈັບຄູ່ທຸລະກິດ ແລະ ສ້າງເຄືອຂ່າຍຮ່ວມກັນໃນໄລຍະຍາວ, ສາມາດສ້າງພັນທະມິດທຸລະກິດໃໝ່ໆ ກັບຜູ້ນຳທຸລະກິດຍິງລະດັບສາກົນ ເພື່ອປູທາງໃຫ້ແກ່ການຂະຫຍາຍຕະຫຼາດຂອງສະມາຊິກ ຂອງ ສທຍ ໃນອານາຄົດ.