ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງ ໄດ້ເປັນປະທານຮ່ວມໃນກອງປະຊຸມ “ການສົ່ງເສີມເຂົ້າເຖິງແຫຼ່ງທຶນຂອງຜູ້ປະກອບການແມ່ຍິງ ຢູ ສປປ ລາວ.

ວັນທີ 28 ພຶດສະພາ 2026 ທີ່ຜ່ານມາ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ຮັບກຽດເປັນຄະນະປະທານຮ່ວມໃນກອງປະຊຸມ “ການສົ່ງເສີມເຂົ້າເຖິງແຫຼ່ງທຶນຂອງຜູ້ປະກອບການແມ່ຍິງ ຢູ່ ໂຮງແຮມ ຮໍລິເດອີນ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ນ. ຄຣີດຕິນ ແອ່ງສະຕຣອມ ຫົວໜ້າກົມ ປະຕິບັດງານຂະແໜງການ 3 ຈາກສຳນັກງານໃຫຍ່ທະນາຄານພັດທະນາອາຊີ ຫຼື ADB ເປັນຄະນະປະທານຮ່ວມມ ມີບັນດາແຂກ, ບໍລິສັດ ແລະ ສະມາຄົມຕ່າງໆທີ່ຖືກເຊີນປະມານ 150 ທ່ານເຂົ້າຮ່ວມ.
ກອງປະຊຸມດັ່ງກ່າວນີ້ ແມ່ນໃສ່ເພື່ອເສີມສ້າງເຂັ້ມແຂງ, ຄວາມເຂົ້າໃຈໃຫ້ແກ່ຜູ້ປະກອບການແມ່ຍິງກ່ຽວກັບການສະໜອງທຶນ MSME ທີ່ມີຢູ່,ລວມທັງຜະລິດຕະພັນ ແລະ ການບໍລິການທີ່ສະເໜີໂດຍ ADB ແລະ ສະຖາບັນການເງິນຄູ່ຮ່ວມງານ, ປຶກສາຫາລືແລກປ່ຽນກ່ຽວກັບອຸປະສັກ ແລະ ໂອກາດຕ່າງໆ, ຄວາມເຂົ້າໃຈກ່ຽວກັບຂະບວນການກູ້ຢືມເງິນ ແລະ ຄວາມຕ້ອງການຫຼັກຊັບຄ້ຳປະກັນ, ແລະ ໄດ້ຮັບຄຳແນະນຳທີ່ເປັນປະໂຫຍດເພື່ອປັບປຸງຄວາມພ້ອມທາງດ້ານການເງິນຂອງຜູ້ປະກອບການແມ່ຍິງ, ການແລກປ່ຽນປະສົບການ, ແລະ ການສ້າງເຄືອຂ່າຍລະຫວ່າງ ADB ແລະ ລູກຄ້າທີ່ມີທ່າແຮງເພື່ອເຮັດໃຫ້ຜູ້ປະກອບການແມ່ຍິງສາມາດເຊື່ອມຕໍ່ກັບທະນາຄານ ແລະ ສະຖາບັນການເງິນ ເພື່ອໃຫ້ສາມາດເຂົ້າເຖິງແຫຼ່ງທຶນໄດ້ຫຼາຍຂຶ້ນ.


