ພິທີເປີດງານເທດສະການອາຫານລາວປະຈຳປີ 2026

ພິທີເປີດງານເທດສະການອາຫານລາວປະຈຳປີ 2026 ຄັ້ງວັນທີ 26 ມັງກອນ 2026 ທີ່ ຜ່ານມາ ທີ່ ສວນເຈົ້າອານຸວົງ ນະຄອນວຽງຈັນ
ພິທີເປີດດັ່ງກ່າວນີ້ ເປັນປະທານເປີດງານໂດຍ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ປະທານ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ແລະ ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ນ. ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ, ປະທານ ສູນກາງສະຫະພັນແມ່ຍິງລາວ, ມີ ທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ທີ່ເປັນເພດຍິງ, ບັນດາການນໍາເພດຍິງ ກະຊວງ, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະອຸດສາຫະກຳແຫ່ງຊາດລາວ, ທ່ານ ນ. ຈັນເທົາ ປະຖົມມະວົງ ປະທານ ກິດຕິມະສັກ ສທຍ, ທ່ານ ນ. ມະໂນລາດາລາວົງ ປະທານທີ່ປຶກສາ ສທຍ ພ້ອມດ້ວຍຄະນະຄະນະ ບໍລິຫານ ສະມາຊິກ ສທຍ ແລະ ຜູ້ຕາງໜ້າເອກອັກຄະລັດຖະທູດປະເທດຕ່າງໆ, ບັນດາທ່ານພັນລະຍາເອກອັກຄະລັດຖະທູດ, ຕານຸທູດຕ່າງປະເທດປະຈຳ ສປປລາວ ເຂົ້າຮ່ວມ
ຈຸດປະສົງການຈັດງານ ເທດສະການອາຫານລາວ ແມ່ນເພື່ອສືບຕໍ່ອະນຸລັກ ແລະ ສົ່ງເສີມ ວັດທະນະທຳ, ຮີດຄອງປະເພນີດ້ານ ອາຫານ ເອກະລັກຂອງລາວ ເຊິ່ງສ່ອງແສງໃຫ້ເຫັນວິຖີຊີວິດຂອງຄົນລາວທັງຊາດ ໃຫ້ຄົງຢູ່ຄູ່ກັບກັບສັງຄົມລາວມາ ຕະຫລອດຈົນເຖິງທຸກວັນນີ້ 21 ປີພໍດີ. ພ້ອມນີ້ ກໍ່ເພື່ອໂຄສະນາອາຫານລາວໃຫ້ເປັນທີ່ຮູ້ຈັກໃນລະດັບອາຊຽນ, ມື້ນີ້ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງ ໄດ້ເປີດງານເທດສະການອາຫານລາວ ພາຍໃຕ້ຄໍາຂວັນ: “ສຳຜັດຄວາມເປັນລາວ ຜ່ານລົດຊາດອາຫານລາວ” (Discover Laos Through It’s Taste).
ງານເທດສະການອາຫານປີ 2026 ປີນີ້ ພວກເຮົາໄດ້ຕົບແຕ່ງເຮືອນຄົວລາວບູຮານ, ບູດແຂວງແຫ່ງສະເໜ່ ແຂວງສະຫວັນນະເສດ, ໃນປີນີ້ຈໍານວນມີຮ້ານຂາຍທັງໝົດ 180 ຮ້ານ, ໃນນັ້ນມີຮ້ານອາຫານເອກະລັກຂອງແຕ່ລະທ້ອງຖິ່ນແບບລາວໆ, ມີອາຫານລາວປະຍຸກ, ຂອງຫວານ ເຄື່ອງດື່ມ ,ສິນຄ້າຫັດຖະກຳ, ຈາກພາກເໜືອ, ພາກກາງ ແລະ ພາກໃຕ້ ມາເຕົ້າກັນຢູ່ທີ່ນີ້ບ່ອນດຽວ ແລະ ນອກຈາກນີ້ຍັງມີບູດຂອງບັນດາປະເທດອາຊຽນເຂົ້າຮ່ວມບາງປະເທດ.
