ວັນທີ 27-29 ມັງກອນ 2026 ສະມາຄົມນັກທຸລະກິດແມ່ຍິງ, ໃນນາມເປັນປະທານ ເຄືອຂ່າຍຜູ້ປະກອບການແມ່ຍິງອາຊຽນ ASEAN Women Entrepreneur Network (AWEN) ໄດ້ຈັດກອງປະຊຸມ: 1), AWEN Reflection Workshop on Leadership and Governance. 2), Preparing to Export to the UK: Train the Trainer (ToT) on Legal and Regulatory Export Procedures and Standards. 3), ກອງປະຊຸມ AWEN Board Meeting ທີ່ ໂຮງແຮມ ລາວພລາຊາ

​ວັນ​ທີ 27-29 ມັງ​ກອນ 2026 ຜ່ານ​ມາ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ແມ່​ຍິງ, ​ໃນ​ນາມ​ເປັນປະ​ທານ ເຄືອ​ຂ່າຍ​ຜູ້​ປ​ະ​ກອບ​ການ​ແມ່​ຍິງ​ອາຊຽນ ASEAN Women Entrepreneur Network (AWEN) ໄດ້​ຈັດກອງປະຊຸມໃນ 3 ຫົວ​ຂໍ​້:

1), AWEN Reflection Workshop on Leadership and Governance. 2), Preparing to Export to the UK: Train the Trainer (ToT) on Legal and Regulatory Export Procedures and Standards. 3), ກອງ​ປະ​ຊຸມ​ AWEN Board Meeting ທີ່ ໂຮງ​ແຮມ ລາວ​ພ​ລາ​ຊາ ນະຄອນຫຼວງວຽງຈັນ,ສ​ປ​ປ ລາວ ເຊິ່ງ​​ເປັນ​ກອງ​ປະ​ຊຸມ​ຄະ​ນະ ເຄືອ​ຂ່າຍ​ຜູ້​ປ​ະ​ກອບ​ການ​ແມ່​ຍິງ​ອາຊຽນ ​​ຄັ້ງ​ທຳ​ອິດ​ທີ່ຈັດ​ຂຶ້ນຢູ ສ​ປ​ປ ລາວ.

ກອງປະຊຸມດັ່ງ​ກ່າ​ວນີ້ໂດຍການເປັນ​ປະ​ທານ​ຂອງ​ ທ່ານ ນ. ຈັນ​ທະ​ຈອນ ວົງ​ໄຊ ປະ​ທານ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ແມ່​ຍິງ, ປະ​ທານ ເຄືອ​ຂ່າຍ​ຜູ້​ປ​ະ​ກອບ​ການ​ແມ່​ຍິງ​ອາຊຽນ (AWEN) ແລະ ພ້ອມນັ້ນ​ໃຫ້ກຽດ​ເຂົ້າ​​ເປັ​ນ​ຄະ​ນະ​ປະ​ທານ​ຮ່ວມໃນ​ກອງ​ປະ​ຊຸມ​ໂດຍ ທ່ານ ຈັນ​ທະ​ບູນ ສຸກອາ​ລຸນ ຮອງ​ລັດ​ຖະ​ມົນ​ຕີ ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ມີ ທ່ານ Tanvir Ahmad, ທີ່ປຶກສາອາວຸໂສຂອງ​ໂຄງ​ການ She Trades Hubs of Asia ສູນການຄ້າສາກົນ (ITC), ທ່ານ ນ. Anna Moscuzza, ຮັກ​ສາ​ການຮອງທູດ ສະຖານທູດອັງກິດ ປະຈຳ ນະຄອນຫຼວງວຽງຈັນ, ທ່ານ ນ. Anette Baleda, ຮອງຜູ້ອຳນວຍການຝ່າຍປະຕິບັດການ ຫ້ອງການຜູ້ອຳນວຍການ, ຄະນະກໍາມະການອາຊຽນວ່າດ້ວຍແມ່ຍິງ ACW ປະຈໍາຢູ່ປ​ະ​ເທດ ຟີ​ລິບ​ປິນ ແລະ ມີ​ບັນ​ດາປະ​ທານ ເຄືອ​ຂ່າຍ​ຜູ້​ປ​ະ​ກອບ​ການ​ແມ່​ຍິງ​ອາຊຽນຂອງ​ແຕ່​ປະ​ເທດຈາກ​ປະ​ເທດ​ສະ​ມາ​ຊິກອາຊຽນ ທັງ 11 ປະ​ເທດ​ເຂົ້າ​ຮ່ວມ ພ້ອມ​ດ້ວຍຜູ້​ປະ​ສານ​ງານ, ຊ່ຽວ​ຊານ​ຈາກສູນການຄ້າສາກົນ (ITC) ຜູ້ຕາງ​ໜ້າຈາກ ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ​ລາວ ແລະ ຜູ້​ເຂົ້າຝຶກ​ອົບ​ຮົມ​ຮ່ວມທັງ​ໝົດ 46 ທ່ານ.

ກອງປະຊຸມດັ່ງກ່າວ ໂດຍໄດ້ຮັບ​​ການ​ສະ​ໜັບ​ສະ​ໜັບ​​ໜູນື ຈາກ​ສູນການ​ຄ້າສາກົນ (ITC) ເພື່ອສຸມໃສ່ວຽກວຽກບຸລິມະສິດຂອງ AWEN ແລະ ສົ່ງເສີມເປັນຜູ້ປະກອບການຂອງແມ່ຍິງ​ໃນອາຊຽນ ໂດຍ​ແນ່ໃສ່ການພັດທະນາຍຸດທະສາດ​ຂອງ AWEN ໃນໄລຍະຍາວ, ການຍົກລະດັບຂີດຄວາມສາມາດດ້ານການບໍລິຫານ ແລະ ການເປັນຜູ້ນຳ, ໃຫ້ແກ່ສະມາຊິກໃນເຄືອຂ່າຍ, ປັບ​ປຸງດ້ານໂຄງສ້າງ, ກົດລະ​ບຽບ (TOR) ຂອງ AWEN, ທົບທວນຄືນຜົນງານການເຄື່ອນໄຫວໃນໄລຍະຜ່ານມາ ແລະ ແຜ​ນຍຸດທະສາດສຳລັບສົກປີ 2026–2027 ໃຫ້ມີຄວາມ​ເຂັ້ມ​ແຂງ ແລະ ການຈັດຕັ້ງປະຕິບັດວຽກ​ວຽກໃຫ້​ມີ​ປະ​ສິ​ທິ​ພາບ​ສູງ, ໃຫ້ມີການ​ຈະ​ເລີນ​ເຕີບ​ໂຕ ແລະ ຍືນຍົງ.