ກອງປະຊຸມ ASEAN Circular Economy Forum (ACEF) 2025 ທີ່ ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ

ໃນວັນທີ 16-17 ຕຸລາ 2025 ທີ່ ​ຜ່ານ​ມາ ທ່ານ ນ. ບຸບ​ຜາ​ມະ​ນີ ຈຸນລະ​ມະ​ນີ ຄະ​ນະ​ບໍ​ລິ​ຫານ ​​ສະ​ມາ​ຄົມ​ນັກ​ທຸ​ລ​ກິດ​ແມ່​ຍິງ (ສ​ທຍ) ໄດ້​ເຂົ້າ​ຮ່ວມກອງປະຊຸມ ASEAN Circular Economy Forum (ACEF) 2025 ທີ່ ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ ເຊິ່ງມີຜູ້ເຂົ້າຮ່ວມຈາກປະເທດສະມາຊິກອາຊຽນ, ອົງການສະເພາະຂະແໜງການ ແລະ ພາກີນອກອາຊຽນ ຫຼາຍກວ່າ 240 ທ່ານ, ໃນ​ນີ້​ກໍ່ມີຜູ້ເຂົ້າຮ່ວມ​ຈາ​ກ ສ​ປ​ປ ລາວ 6 ທ່ານ: ​​ຈາກສະ​ມາ​ຄົມ​ນັກ​ທຸ​ລ​ກິດ​ແມ່​ຍິງ 1 ທ່ານ ແລະ ມີຜ​ູ້​ຕ່າງ​ໜ້າຈາກລັດຖະ​ບານແຫ່ງ ສ​ປ​ປ ລາວ ​ເຂົ້າ​ຮ່ວມ 4 ທ່ານ ​ມີ​ຜູ້ຕາງ​ໜ້າຈາກກະ​ຊວງ ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ 1 ທ່ານ ແລະ ຜູ້ຕາງ​ໜ້າຈາກ ກະ​ຊວງ ກຳ​ສິງ​ກຳ ແລະ ສ​ິ່ງ​ແວດ​ລ້ອມ 4 ທ່ານ.

ກອງປະຊຸມ​ດັ່ງ​ກ່າວ​ນີ້ໂດຍພາຍໃຕ້ຫົວຂໍ້: ເລັ່ງລັດການຫັນປ່ຽນສູ່ເສດຖະກິດໝູນວຽນໃນອາຊຽນ ດ້ວຍທັກສະສີຂຽວ, ນະວັດຕະກໍາໃນການແກ້ໄຂບັນຫາ ແລະ ການລົງທຶນ” (Accelerate the Circular Economy Transition in ASEAN with Green Skills, Innovative Solutions, and Investments) ເຊິ່ງເປັນເວທີແລກປ່ຽນອົງຄວາມຮູ້, ປະສົບການ ແລະ ແນວທາງປະຕິບັດທີ່ດີລະຫວ່າງປະເທດສະມາຊິກອາຊຽນ, ພາກີພາຍນອກ ແລະ ຜູ້ມີສ່ວນໄດ້ສ່ວນເສຍທີ່ກ່ຽວຂ້ອງ ເພື່ອຮ່ວມກັນຂັບເຄື່ອນເສດຖະກິດໝູນວຽນໃນລະດັບພາກພື້ນ

ເປັນເວທີແລກປ່ຽນຄວາມຮູ້, ການປຶກສາຫາລືດ້ານນະໂຍບາຍ ແລະ ການຮ່ວມມືລະດັບພາກພື້ນ ກ່ຽວກັບ ເສດຖະກິດໝູນວຽນ ແລ​ະ ການພັດທະນາບຸກຄະລາກອນທີ່ມີ ທັກສະສີຂຽວ ແລະ ທັກສະດ້ານເສດຖະກິດໝູນວຽນ, ການຂະຫຍາຍຂະໜາດ ວິທີແກ້ໄຂບັນຫາເສດຖະກິດໝູນວຽນທີ່ເປັນນະວັດຕະກຳ ແລະ ການລະດົມທຶນສໍາລັບໂຄງການລິເລີ່ມເສດຖະກິດໝູນວຽນ.

ກອງປະຊຸມດັ່ງກ່າວ​ນີ້ໄດ້ຈັດຂຶ້ນພາຍໃຕ້ການຮ່ວມມືລະຫວ່າງ ສູນອາຊຽນເພື່ອການສຶກສາ ແລະ ການປຶກສາຫາລື ດ້ານການພັດທະນາແບບຍືນຍົງ (ACSDSD), ກະຊວງຊັບພະຍາກອນທໍາມະຊາດ ແລະ ຄວາມຍືນຍົງທາງສິ່ງແວດລ້ອມຂອງມາເລເຊຍ, ສະຫະພາບເອີຣົບ (European Union), ແລະ ກອງທຶນນະວັດຕະກຳ ຊິດທຣາ (Finnish Innovation Fund Sitra).