ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ​ໄດ້ຮັບໃບຍ້ອງຍໍຜົນງານດີເດັ່ນປະເພດ 1

ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍຢ່າງ​ສຸດ​ອົກ​ສຸດ​ໃຈມາ​ຍັງ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ​ທີ່ໄດ້ຮັບໃບຍ້ອງຍໍຜົນງານດີເດັ່ນປະເພດ 1 ໃນການປະຕິບັດລະບຽບການ ແລະ ການປະກອບສ່ວນຊ່ວຍເຫຼືອສັງຄົມ ປະຈໍາປີ 2024 ຈາກ ກະຊວງພາຍໃນ ໃນກອງປະຊຸມພົບປະລະຫວ່າງພາກລັດ ກັບ ອົງການຈັດຕັ້ງສັງຄົມລາວ ປະຈຳປີ 2024, ກອງ​ປະ​ຊຸມ​ດັ່ງ​ກ່າວ​ໄດ້ຂຶ້ນ ໃນວັນທີ 18-19 ມິຖຸນາ 2025 ທີ່ ມາຜ່ານມາ ທີ່ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ