ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ຮັບໃບຍ້ອງຍໍຜົນງານດີເດັ່ນປະເພດ 1

ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈມາຍັງ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ທີ່ໄດ້ຮັບໃບຍ້ອງຍໍຜົນງານດີເດັ່ນປະເພດ 1 ໃນການປະຕິບັດລະບຽບການ ແລະ ການປະກອບສ່ວນຊ່ວຍເຫຼືອສັງຄົມ ປະຈໍາປີ 2024 ຈາກ ກະຊວງພາຍໃນ ໃນກອງປະຊຸມພົບປະລະຫວ່າງພາກລັດ ກັບ ອົງການຈັດຕັ້ງສັງຄົມລາວ ປະຈຳປີ 2024, ກອງປະຊຸມດັ່ງກ່າວໄດ້ຂຶ້ນ ໃນວັນທີ 18-19 ມິຖຸນາ 2025 ທີ່ ມາຜ່ານມາ ທີ່ໂຮງແຮມ ຄຣາວພາຊາ ນະຄອນຫຼວງວຽງຈັນ

