ສທຍ ໄດ້ປະຊຸມວິສາມັນຄະນະຄະນະບໍລິຫານ

ວັນທີ 14 ສິງຫາ 2025 ພາຍຫຼັງທີ່ ສະມາຄົມນັກທຸລະກິດແມ່ຍິງ (ສທຍ)ໄດ້ໄປມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມທົ່ວປະເທດ ທີ່ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ. ສທຍ ໄດ້ປະຊຸມວິສາມັນຄະນະຄະນະບໍລິຫານ ໂດຍເປັນ ປະທານ ຂອງ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສທຍ, ທ່ານ ນ. ມະໂນລາ ດາລາວົງ ປະທານ ທີ່ ປຶກສາ ສທຍ, ທ່ານ ນ. ສີຣິຄູນ ພູມລາວັນ ປະທານ ສະຫະພັນແມ່ຍິງ ສທຍ ພ້ອມຄະນະບໍລິຫານ ສທຍ ແລະ ພະນັກງານຫ້ອງການ ສທຍ ເຂົ້າຮ່ວມ, ລາຍອຽດກອງປະຊຸມດັ່ງນີ້:
- ໄດ້ຮັບຟັງການລາຍງານຂອງ ທ່ານ ນ. ສີຮິຄູນ ພູມລາວັນ ປະທານ ສະຫະພັນແມ່ຍິງ ສທຍ ກ່ຽວກັບການໄດ້ຮັບໃບຢັ້ງຢືນທຸງໄຊ 3 ດີ ແລະ ຊົມເຊີຍຜົນສຳເລັດອັນຜົນເດັ່ນດັ່ງກ່າວ
- ປືກສາຫາກ່ຽວກັບງານເທດສະການອຫານລາວ ປະຈຳປີ 2026
- ປຶກສາຫາລືວຽກງານ ASEAN Women’s Entrepreneurs Network (ການມອບ-ຮັບປະທານ ຈາກປະເທດ ກຳປູເຈຍ ໃຫ້ ສປປ ລາວ, ການຮັບລາງວັນ AWEN) ທີ່ ປະເທດ ກຳປູເຈຍ ປີ 2025
- ປືກສາຫາວຽກງານອື່ນໆທີ່ປິ້ນອ້ອມຂອງ ສທຍ ແລະ ໄດ້ຮັບປະທານ ອາຫານທ່ຽງທີ່ ຮ້ານອາຫານຄົວລາວ


