ມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມທົ່ວປະເທດ

ໃນວັນທີ 14 ສິງຫາ 2025 ສະມາຄົມນັກທຸລະກິດແມ່ຍິງ ໄດ້ໄປມອບເງິນຊ່ວຍເຫຼືອຜູ້ປະສົບໄພພິບັດນໍ້າຖ້ວມທົ່ວປະເທດ ຈຳນວນເງິນ 114,000,000 ກີບ ທີ່ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າມອບເງິນດັ່ງກ່າວ ໂດຍ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງ ພ້ອມດ້ວຍຄະນະ ແລະ ສະມາຊິກ ແລະ ຮັບໂດຍ ທ່ານ ນ. ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມດ້ວຍຄະນະ.


