ສະຫະພັນແມ່ຍິງ ສະມາຄົມນັກທຸລະກິດແມ່ຍິງ ໄດ້ຮັບຢັ້ງຢືນທຸງໄຊ 3 ດີ

ໃນພິທີສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ສະຫະພັນແມ່ຍິງລາວທົ່ວປະເທດ ສະໄໝ VIII (2021-2025) ເຊິ່ງໄດ້ຂຶ້ນວັນທີ 12 ສິງຫາ 2025 ທີ່ ສູນອົບແມ່ຍິງສູນກາງສະຫະພັນແມ່ຍິງລາວ
ໂດຍການເປັນປະທານຂອງ ທ່ານ ນ. ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ; ເຂົ້າຮ່ວມມີບັນດາ ທ່ານ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ , ປະທານ-ຮອງປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ, ແຂວງ, ກະຊວງ-ອົງການ, ສະມາຄົມນັກທຸລະກິດແມ່ຍິງ ແລະ ກົງຈັກຊ່ວຍວຽກສູນກາງສະຫະພັນແມ່ຍິງລາວເຂົ້າຮ່ວມ.
ເນື່ອງໃນໂອກາດດັ່ງກ່າວນີ້ ສະມາຄົມນັກທຸລະກິດແມ່ຍິງ ໄດ້ຮັບຢັ້ງຢືນທຸງໄຊ 3 ດີ ໂດຍໃຫ້ກຽດຂື້ນມອບໂດຍທ່ານ ນ. ອາລີ ວົງໜໍ່ບຸນທຳ ປະທານ ສູນກາງສະຫະພັນແມ່ຍິງລາວ ແລະ ຂຶ້ນຮັບໂດຍ ທ່ານ ນ. ສິຣິຄູນ ພູມລາວັນ ປະທານ ສະຫະພັນແມ່ຍິງ ສະມາຄົມນັກທຸລະກິດແມ່ຍິງ (ຮອງປະທານ ສະມາຄົມນັກທຸລະກິດແມ່ຍິງ)
