ເວທີການພັດທະນາ ແລະ ການຮ່ວມມືແມ່ຍິງອາຊຽນ-ຈີນ ປີ 2025 ສປ.ຈີນ  

ທ່ານ ນ. ລັດ​ສະ​ໝີ ຕາງ​ໜ້​າ ຄະ​ນະ​ບໍ​ລິ​ຫານ ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ແມ່​ຍິງ ເຂົ້າຮ່ວມເວທີການພັດທະນາ ແລະ ການຮ່ວມມືແມ່ຍິງອາຊຽນ-ຈີນ ປີ 2025 ໃນວັນທີ 15-18 ກໍ​ລະ​ກົດ 2025 ທີ່ ນະຄອນໜານໜິງ, ​ເຂດປົກ​ຄອງ​ ຕົນ​ເອງ ເຜົ່າ​ຈ​ວ້າງກວາງຊີ ສປ.ຈີນ

ເນື່ອງ​ໃນ​ໃຂ​ນ​ໂອ​ກາດ​ດັ່ງ​ນີ້ ທ່ານ ນ. ລັດ​ສະ​ໝີ ເວດ​ຊະ​ພົງ ໄດ້​ຕ່າງ​ໜ້າ ທ່ານ ປະ​ທານ ສ​ທຍ ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ແລກ​ປ່ຽນ​ ແລະ​ການ​ຮ່ວມ​ມື​ທີ່​ເປັນ​ມິດ ລະ​ຫ​ວ່າງ ສະມາຄົມ​ນັກທຸລະກິດ​​ແມ່ຍິງ​ກວາງຊີ, ​ສ​ປ ຈີນ ​ແລະ ສະມາຄົມ​ນັກທຸລະກິດ​ຍິງ​ລາວ ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ແມ່ຍິງ​ຈີນ-ລາວ,ຊຸກຍູ້​ການ​ຮ່ວມ​ມື​ຕົວ​ຈິງ ​ລະຫວ່າງ​ນັກທຸລະກິດແມ່​ຍິງ​ຂອງ​ທັງ​ສອງ​ປະ​ເທດ, ຊຸກຍູ້​ຂໍ້​ລິ​ເລີ່​ມໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນທາງ ​ແລະ ​ໃຫ້​ໄດ້​ຮັບ​ໝາກຜົນ​​ຕໍ່ການ​ສ້າງ​ປະຊາ​ຄົມ​ຈີນ-ລາວ​ ໃນ​ການຮ່ວມ​​ມືກັນໃນ​ອະນາຄົດ​