ພິທີເປີດງານເທດສະການອາຫານລາວ 2025

ພິທີເປີດງານເທດສະກາ ນອາຫານລາວ 2025ແມ່ນໄດ້ຈັດຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 24/0/1/2025 ທີ່ ສວນເຈົ້າອານຸວົງ,

ພາຍໃຕ້ການເປັນປະທານກ່າວເປີດງານໂດຍ ທ່ານ ນ. ຈັນທະຈອນ ວົງໄຊ ປະທານ ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ທັງເປັນປະທານຈັດງານເທດສະການອາຫານລາວ 2025

ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນ. ນາລີ

ສີສຸລິດ ພັນລະຍາ ພະນະ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ສູນກາງພັກ, ປະທານ ປະເທດ ແຫ່ງ ສປປ ລາວ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາກຳ ແລະ ການຄ້າ, ທ່ານ ນ. ອາລີ ວົງໜໍ່ບຸນທໍາ ກຳມະການສູນກ

ທາງພັກ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍພ້ອມດ້ວຍບັນດາທ່ານ ກຳມະການສູນກາງພັກ, ລັດຖະມົນຕີ, ຮອງລັດຖະມົນຕີ ທີ່ເປັນເພດຍິງ

ມີຜູ້ຕາງໜ້າເອກອັກຄະລັດຖະທູດປະເທດຕ່າງໆ, ບັນດາທ່ານພັນລະຍາເອກອັກຄະລັດຖະທູດ, ທຸຕານຸທູດຕ່າງປະເທດປະຈຳ ສປປ ລາວ, ບັນດາບໍລິສັດທີ່ສະໜັບສະໜູນ ເທດສະການອາຫານປີ 2025 ແລະ ຄະນະທີ່ປຶກສາ ສທຍ ພ້ອມດ້ວຍສະມາຊິກ ແລະ ສື່ມ່ວນຊົນເຂົ້າຮ່ວມຈຳນວນຫຼວງຫຼາຍ.

ຈຸດປະສົງໃນການຈັດງານເທດສະການອາຫານປີ 2025 ແມ່ນເພື່ອສືບຕໍ່ອະນຸລັກ ແລະສົ່ງເສີມວັດທະນະທຳ, ຮີດຄອງປະເພນີລາວ, ວັດທະນະທຳການກິນ, ອາຫານເອກະລັກຂອງລາວທີ່ສ່ອງແສງໃຫ້ເຫັນວິຖີຊີວິດຂອງຄົນລາວທັງຊາດ ເພື່ອສົ່ງເສີມໃຫ້ຄົງຢູ່ຄູ່ກັບກັບສັງຄົມລາວຕະຫລອດໄປທັງເປັນການສະເຫຼີມສະຫຼອງຄົບຮອບ 20 ປີ ຂອງງານເທດສະການອາຫານລາວ ໃນປີ 2025 ພາຍໃຕ້ຄໍາຂວັນ: ” 20 ປີ ເທດສະການອາຫານລາວມີໄຊ ສືບຕໍ່ກ້າວໄປສູ່ສາກົນ” ທັງເປັນການໂຄສະນາອາຫານລາວໃຫ້ເປັນທີ່ຮູ້ຈັກໃນລະດັບອາຊຽນ, ພາກພື້ນ ແລະ ສາກົນ ໃຫ້ຫຼາຍຂຶ້ນ

 

ງານດັ່ງກ່າວແມ່ນຈັດຂຶ້ນເລີ່ມແຕ່ວັນທີ 22/01/2025 ຫາ ວັນທີ 26/01/2025 ທີ່ ສ່ວນເຈົ້າອານຸວົງ ເລີ່ມແຕ່ ເວລາ 9:00 ໂມງເຊົ້າ ຫາ 10:00 ໂມງຄໍ່າຂອງທຸກວັນ.